#ການເປັນນາຍໜ້າຊື້-ຂາຍຫຼັກຊັບ
                         
                       

ບໍລິສັດຫຼັກຊັບລ້ານຊ້າງມະຫາຊົນມຸ່ງໝັ້ນທີ່ຈະພິສູດຕົວເອງໃນການເປັນບໍລິສັດທີ່ມີຄວາມໂດດເດັ່ນໃນຂະແໜງການຫຼັກຊັບທີ່ລິເລີ່ມນໍາເອົາວິທີການໃໝ່ໆເຂົ້າມານໍາໃຊ້ໃນຕະຫຼາດທຶນຂອງລາວ. ດ້ວຍຄວາມຫຼາກຫຼາຍຂອງຜະລິດຕະພັນ ແລະ ການບໍລິການໃນການເປັນນາຍໜ້າຊື້-ຂາຍຫຼັກຊັບລວມທັງລະບົບທີ່ທັນສະໄໝ, ບໍລິສັດຫຼັກຊັບລ້ານຊ້າງມະຫາຊົນຈະສະແດງບົດບາດສຳຄັນໃນການບໍລິການນາຍໜ້າຊື້-ຂາຍຫຼັກຊັບໃຫ້ແກ່ບັນດານັກລົງທຶນທີ່ມີຄວາມແຕກຕ່າງກັນໃນຄວາມຕ້ອງການດ້ານການລົງທຶນ, ທີ່ຕັ້ງພູມສັນຖານ ແລະ ປະເພດຂອງລູກຄ້າ (ນັກລົງທຶນປະເພດບຸກຄົນ ແລະ ນັກລົງທຶນສະຖາບັນ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ)

                        ອ່ານຕໍ່ >>
                         
                        #ການເປັນທີ່ປືກສາດ້ານການລົງທືນ
                         
                       

ພາລະກິດຂອງພວກເຮົາຄືການນຳພາຫົວໜ່ວຍທຸລະກິດຂອງລາວໄປສູ່ບາດລ້ຽວໃໝ່ຂອງການພັດ ທະນາ ແລະ ຊ່ວຍໃຫ້ພວກເຂົາດຳເນີນການໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບໃນການດຳເນີນທຸລະກິດ. ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບຕະຫຼາດ ແລະລູກຄ້ານັ້ນ, ບໍລິສັດຫຼັກຊັບລ້ານຊ້າງມະຫາຊົນເປັນຜູ້ນໍາໜ້າໃນຂະແໜງການເປັນທີ່ປຶກສາທາງການເງິນ. ດ້ວຍພະນັກງານທີ່ເປັນມືອາຊີບ ແລະ ຄວາມຫຼາກຫຼາຍໃນການບໍລິການ,ພວກເຮົາຈະຊ່ວຍລູກຄ້າຂອງເຮົາໃນການປັບໃຊ້ຍຸດທະສາດ ແລະ ແຜນການການເງິນເພື່ອໃຫ້ປະສົບຜົນສໍາເລັດໃນອະນາຄົດ.

                        ອ່ານຕໍ່ >>
                         
                        #ປະຫວັດການເປັນທີ່ປືກສາດ້ານການລົງທືນ
                         
                        - ມັງກອນ ປີ 2011, ເປັນທີ່ປຶກສາທາງດ້ານການເງິນ ແລະ ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນ  IPO ຂອງ BCEL ມູນຄ່າ 155 ຕື້ກີບ (ປະມານ 19 ລ້ານໂດລາສະຫະລັດ);
                        - ທັນວາ ປີ 2014, ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນ  IPO ບໍລິສັດ  PTL ມູນຄ່າ  240  ຕື້ກີບ (ປະມານ 30 ລ້ານໂດລາສະຫະລັດ);
                        - ກັນຍາ ປີ 2015 , ເປັນທີ່ປຶກສາທາງດ້ານການເງິນ ແລະ ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນ PO & RO ໃຫ້ EDL-GEN ມູນຄ່າ  2,700 ຕື້ກີບ (ປະມານ  340 ລ້ານໂດລາສະຫະລັດ);
                        - ທັນວາ ປີ 2015, ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນ  IPO ບໍລິສັດ  SVN ມູນຄ່າ  77.5  ຕື້ກີບ (ປະມານ 9.7  ລ້ານໂດລາສະຫະລັດ);
                        - ຕຸລາ ປີ 2017, ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນ  IPO ບໍລິສັດ  ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ມູນຄ່າ  119  ຕື້ກີບ;
                        - ພະຈິກ ປີ 2017, ໄດ້ເຊັນສັນຍາວ່າດ້ວຍການໃຫ້ບໍລິການເປັນທີ່ປຶກສາດ້ານການເງິນຢູ່ຕະຫຼາດຂັ້ນສອງ ກັບບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ
                         
                        #ການຄົ້ນຄົ້ວວິໄຈ
                         
                       

ການຄົ້ນຄວ້າວິໄຈຂອງພວກເຮົາຈະອີງໃສ່ແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້, ບົດວິເຄາະຂອງພວກເຮົາສາ ມາດໃຫ້ຂໍ້ມູນແກ່ນັກລົງທຶນທີ່ເລິກເຊິ່ງກວມເຖິງລະດັບເສດຖະກິດມະຫາພາກ, ອຸດສາຫະກໍາທີ່ກ່ຽວຂ້ອງ ແລະ ຕະຫຼາດຫຼັກຊັບ ເຊິ່ງສິ່ງເຫຼົ່ານີ້ໄດ້ເປັນພື້ນຖານໃນການບໍລິການເປັນທີ່ປຶກສາຂອງພວກເຮົາ. ຂໍ້ແຂ່ງຂັນທີ່ໄດ້ປຽບຂອງພະແນກຄົ້ນຄວ້າວິໄຈຂອງພວກເຮົາກໍ່ຄືຄວາມສາມາດໃນການຂຽນບົດລາຍງານທີ່ມີຄວາມຖືກຕ້ອງ ແລະ ເຊື່ອຖືໄດ້ລວມທັງບົດລາຍງານ ທາງດ້ານເສດຖະກິດມະຫາພາກ, ອຸດສາຫະກໍາ, ບໍລິສັດ ແລະ ລາຍງານພິເສດ.

                       

ອ່ານຕໍ່ >>

 
hasiltogel.xyz